ໂຄງການສ້າງແມ່ບົດລາຍຊື່ຊະນິດພັນໄມ້ສໍາລັບ ສປປ ລາວ “Establishment of a Tree Species Master List for Lao PDR” ແມ່ນໄດ້ຖືກກະກຽມ ແລະ ຈັດຕັ້ງປະຕິບັດໂດຍ ສູນຄົ້ນຄວ້າປ່າໄມ້ ກໍຄືສະຖາບັນຄົ້ນຄວ້າ ກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການເຮັດວຽກເປັນທີມງານຮ່ວມກັບ ຄະນະວິທະ ຍາສາດປ່າໄມ້, ຄະນະວິທະຍາສາດທໍາມະຊາດ ພາກວິຊາຊີວະສາດ ມະຫາວິທະຍາໄລ ແຫ່ງຊາດ ແລະ ສະຖາບັນນິເວດ ແລະ ເຕັກໂນໂລຊີ່ຊີວະພາບ.

ໂຄງການດັ່ງກ່າວຈື່ງມີຈຸດປະສົງເພື່ອສ້າງລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ ແລະ ບັນຊີຊະນິດພັນໄມ້ທີ່ເປັນສິນຄ້າ ທີ່ມີຂໍ້ມູນຊື່ຊະນິດພັນໄມ້ທີ່ຖືກຕ້ອງຊັດເຈນ ສະໜັບສະໜູນ ໃຫ້ແກ່ວຽກງານປະຕິບັດກົດໝາຍປ່າໄມ້ ຮັບປະກັນໃຫ້ແກ່ວຽກງານຕິດຕາມກວດກາປ່າໄມ້ໃຫ້ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ.

ຈຸດປະສົງຂອງໂຄງການ

  1. ສ້າງລາຍຊື່ແມ່ບົດຊະນິດໄມ້ ສໍາລັບ ສປປ ລາວ
  2. ສ້າງລາຍຊື່ຊະນິດໄມ້ທີ່ເປັນການຄ້າໃນ ສປປ ລາວ
  3. ສ້າງບົດແນະນຳໃນການຈຳແນກຊະນິດໄມ້ທີ່ເປັນການຄ້າ (ຊະນິດທີ່ເປັນບູລິມະສິດ)