1. ລະຫັດ: LT0657
  2. ຊື່ລາວ: ດູ່ຟ້າຍ
  3. ຊື່ວິທະຍາສາດ: Pterocarpus indicus Willd.
  4. ຕະກຸນ: FABACEAE
  5. ຊື່ການຄ້າ:  DU LUAT (LA), NARRA (PH,VN), PRADU (VN), SENA (MY), SENE (VN), SONOKEMBANG (ID), THNONG (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ຢືນຕົ້ນ, ສູງເຖິງ 20 ມ. ລຳຕົ້ນກົມ, ເປືອກສີເທົາ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 5–7 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບ​ໄຂ່ຫາຮູບຮີ, ໂຄນໃບມົນ ຫຼື ຕັດ, ຂອບໃບລຽບ, ປາຍໃບຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ່າງໃບຂັ້ນສອງມີ 6–8 ຄູ່. ຊໍ່ດອກແບບກະຈະ ຫຼື ແບບແຕກແໜງ, ອອກຕາມງ່າມໃບ ຫາຍາກທີ່ຈະອອກຢູ່ປາຍຍອດ. ດອກສີເຫຼືອງ. ເຕົ້າໄຂ່ຈັບເທິງ, ມີຂົນ. ໝາກເປັນຝັກແປ, ຮູບເກືອບກົມ, ຂ້ວນໝາກມົນ ຫຼື ນູນຂຶ້ນ.

ເນື້ອໄມ້ດູ່ຝ້າຍໂດຍພື້ນຖານແລ້ວມີສີນໍ້າຕານ, ສີແດງ (ສີແດງອ່ອນຫຼືສີສົ້ມສີນໍ້າຕານ), ມອກໄມ້ ແລະ ແກນໄມ້ ມີສີຕ່າງກັນ, ຄວາມໜາແໜ້ນ 0.55–0.9 g/cm³.

ລັກສະນະໂຄງສ້າງລະອຽດເນື້ອໄມ້: ຈຸລັງ Vessels ມີຂະໜາດນ້ອຍຫາກາງ ກະຈາຍແບບ ring  porous  or semi-ring porous .ຈຸລັງ Vessels ເປັນຕົວຄູນ, ໂດຍທົ່ວໄປແລ້ວເປັນແຖວສັ້ນ (2–3 ຈຸລັງ Vessels ) ຫຼື ເປັນແຖວ radial 4 ຫຼືຫຼາຍກວ່ານັ້ນ ຫຼືເປັນກຸ່ມ. ເສັ້ນແກນ parenchyma ກວ້າງກວ່າລັງສີ (ray). ຈຸລັງສີ (Rays) 6–14 ຕໍ່ tangential mm, ສະເພາະແຕ່ uniseriate ແລະ multiseriate, 1(–2) ເຊລກວ້າງ, ແຄບ (2–3 seriate). ຄວາມສູງຂອງລັງສີ(Rays) ໃຫຍ່ເຖິງ 500 µm. ການລວມເອົາແຮ່ທາດ Crystals ປະຈຸບັນ, prismatic, ຕັ້ງຢູ່ໃນຈຸລັງ parenchyma axial. ຈຸລັງ parenchyma axial ປະກອບດ້ວຍ crystal-contained chambered. ຈໍາ​ນວນ​ຂອງ crystals per cell or chamber one. Silica  ສັງເກດບໍ່ເຫັນ.

  1. ການນໍາໃຊ້: ສ່ວນຫຼາຍແມ່ນນຳໃຊ້ປູກເປັນພືດປະດັບ ຫຼື ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ ໃນພື້ນທີ່ທົ່ງພຽງ, ຕາມເນີນພູ ແລະ ມັກນິຍົມກັນມາປູກໃວ້ຕາມບ້ານເຮືອນ ຫຼື ປູກເປັນສວນ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 200–700 ມ.
  3. ການກະຈາຍພັນ: ປະເທດອິນເດຍ, ຈີນ, ມ່ຽນມ້າ, ໄທ, ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ, ປາປົວນິວກີເນຍ. ສໍາລັບ ສປປ ລາວ ພົບເຫັນຢູ່ທົ່ວໄປ.
  4. ສະພາບການອະນຸລັກ: ເປັນໄມ້ທີ່ພົບເຫັນຢູ່ທົ່ວໄປ ເພາະນິຍົມມາປູກເປັນໄມ້ປະດັບ ບາງຄັ້ງກໍ່ນໍາໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ.
  5. ໝາຍເຫດ: ໄມ້ດູ່ຟ້າຍ ໂດຍສັງເກດເບິ່ງໃບເປັນໃບປະສົມແບບຂົນນົກປາຍຄີກ, ໃບມີສີຂຽວເຂັ້ມ, ໝາກຮູບເກືອບກົມ, ຂ້ວນນໝາກມົນ ຫຼື ນູນຂຶ້ນ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

http://www.efloras.org/florataxon.aspx?flora_id=2&taxon_id=200012291

https://padme.rbge.org.uk/laos/list/Leguminosae/Pterocarpus

http://www.plantsoftheworldonline.org/taxon/urn:lsid:ipni.org:names:516487-1

 

 

 

 

Leave a Reply

Your email address will not be published. Required fields are marked *