1. ລະຫັດ: LT0274
  2. ຊື່ລາວ: ຮິ້ງຫອມແດງ, ຮິ້ງນໍ້າ
  3. ຊື່ວິທະຍາສາດ: Dacrydium elatum (Roxb.) Wall. ex Hook
  4. ຕະກຸນ: PODOCARPACEAE
  5. ຊື່ການຄ້າ: HING HOM DEANG(LA), HING NAM (LA), MELOOR (VN), OUK (TH), RU (TH), SEMPILOR (MY), SRAUL KRAHAM (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ຮິ້ງຫອມແດງ ຫຼື ຮິ້ງນໍ້າ ເປັນໄມ້ຢືນຕົ້ນສູງເຖິງ 40 ມ. ລຳຕົ້ນ ຊື່, ກີ່ງງ່າຕັ້ງຊື່, ເຮືອນຍອດຮູບໂຄ້ງໃຫຍ່. ເປືອກ ສີນໍ້າຕານ. ໃບ ມີສອງປະເພດ, ກ້ຽວວຽນ. ໃບອ່ອນ ແລະ ໃບຂອງຕົ້ນອ່ອນມີຮູບຮ່າງເປັນສະວານ, ຕັ້ງຊື່, ຍາວ 0.8-2 ຊມ. ໃບຢູ່ກີ່ງງ່າທີ່ມີໂຄນຄ້າຍຄືເກັດຮູບສາມລ່ຽມ, ແຂງ, ກົກໃບບໍ່ມີກ້ານ ເຊື່ອມເປັນເນື້ອດຽວກັນ, ປາຍໃບໂຄ້ງ. ໂຄນດອກຜູ້ອອກດ່ຽວ, ຢູ່ປາຍກີ່ງ, ຮູບທໍ່ກົມ, ຍາວ 0.7-0.9 ຊມ, ໂຄນດອກເພດແມ່ອອກດ່ຽວຫຼືຈັດເປັນກຸ່ມນ້ອຍ, ອອກທາງຂ້າງ ຫຼື ຢູ່ປາຍຍອດ, ມີພຽງໄຂ່ອັນດຽວທີ່ຖືກຂະຫຍາຍຕົວກາຍເປັນແກ່ນ. ແກ່ນ ຮູບໄຂ່, ແກ່ນແກ່ສີນໍ້າຕານ ຫາ ດໍາ.

ເນື້ອໄມ້ຮິ້ງຫອມແດງ ມີສີນໍ້າຕານປົນເຫຼືອງ ເມື່ອປະໃຫ້ແຫ້ງຈະປ່ຽນເປັນສີເຫຼືອງຫຼ ສີເຫຼືອງແກມເທົາ, ສ້ຽນຊື່ ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູ ຮຽງຕົວຂວາງເສັ້ນເຣລັກສະນະເປັນຄື້ນໃຫຍ່ ຄ້າຍຄືວົງປີ, Rays exclusively uniseriate ມີຄວາມສູງແບາງເຣ ເຖິງ 4 ຈຸລັງ ແລະ ລະດັບກາງ 5-15 ຈຸງລັງ, ພາເຣງຄິມາ Diffuse axial parenchyma.

  1. ການນໍາໃຊ້: ເນື້ອໄມ້ລະອຽດ, ມີຄວາມທົນທານຕໍ່ຄວາມຄົດງໍ. ໃຊ້ສໍາລັບການກໍ່ສ້າງທົ່ວໄປ, ເຮັດເຮືອ, ກໍ່າປັ່ນ, ຕູ້, ເຄື່ອງຕົບແຕ່ງ ຫຼື ເຟີນີເຈີ ແລະ ວຽກງານວິຈິດສິນ. ນໍ້າມັນທີ່ກັ່ນມາຈາກເນື້ອໄມ້ ເປັນຢາປົວກະເພາະ.
  2. ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າໄມ້ເຂດຮ້ອນ, ຕັ້ງແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 700 ເຖິງ 2000 ມ, ເປັນຊະນິດໄມ້ທີ່ຕ້ອງການແສງສະຫວ່າງ, ແຕ່ມີຄວາມທົນທານຕໍ່ກັບຮົ່ມເວລາຍັງອ່ອນ, ມັກດິນອຸດົມສົມບູນ, ດິນຊຸ່ມຊື່ນ, ແຄມນໍ້າແຄມຊຳ, ແລະ ມີດິນຊາຍ. ມັກເກີດປົນກັບ ໄມ້ຮິ້ງຂຽວ, ໄມ້ໂລ່ງເລ່ງ, ໄມ້ກໍ່ຊະນິດຕ່າງໆ.
  3. ການກະຈາຍພັນ: ພົບເຫັນໃນປະເທດ ອິນເດຍ, ມ້ຽນມ່າ, ຈີນ, ຫວຽດນາມ, ກຳພູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງຊຽງຂວາງ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື.
  4. ສະພາບການອະນຸລັກ: ເປັນຊະນິດໄມ້ປະເພດ I ຂອງບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນໄມ້ຍັງມີຢູ່ທົ່ວໄປ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍ ໂດຍສັງເກດໃບ ມີສອງປະເພດ, ໃບຍ່ອຍຂອງງ່າອ່ອນ ແລະ ຕົ້ນອ່ອນ ຮູບແຄບ, ຈັດເປັນຄູ່, ໃບຍ່ອຍຈັດເປັນ 2 ແຖວ, ຂອບໃບລຽບ, ປາຍໃບແຫຼມ, ບ້ຽວ, ໂຄ້ງເລກນ້ອຍ. ໃບຂອງກີ່ງງ່າແກ່ ຫຼື ກີ່ງງ່າທີ່ເປັນໝາກ, ຊ້ອນເຫຼື່ອມກັນ, ຮູບເກັດ, ຮູບກ່ຽວ, ກົກໃບລັກສະນະເປັນປີກ, ປາຍໃບແຫຼມ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam

https://padme.rbge.org.uk/laos/list/Podocarpaceae

https://www.google.com/search?q=Dacrydium+elatum

https://www.iucnredlist.org/search?query=Dacrydium%20elatum

http://www.botanyvn.com/cnt.asp?param=edir&v=Dacrydium%20elatum

https://www.dnp.go.th/botany/mindexdictdetail.aspx?runno=5598

Leave a Reply

Your email address will not be published. Required fields are marked *